ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສອງກອງທັບ ລາວ-ຈີນ ເພີ່ມທະວີການຮ່ວມມື ດ້ານວຽກງານປ້ອງກັນຊາດ ຕາມເຂດຊາຍແດນ


     ວັນທີ 28 ພະຈິກ 2023 ນີ້, ຢູ່ທີ່ດ່ານສາກົນລານຕຸ້ຍ ເມືອງຍອດອູ, ແຂວງຜົ້ງສາລີ ສປປ ລາວ ໄດ້ຈັດກິດຈະກໍາ ພົບປະມິດຕະ
ພາບຊາຍແດນຂອງສອງກອງທັບ ລາວ-ຈີນ, ຈີນ-ລາວ ຄັ້ງທີ IV, ຝ່າຍລາວ ໂດຍສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ຮອງລັດຖະມົນ
ຕີ ກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ ພ້ອມດ້ວຍຄະນະ, ຝ່າຍຈີນ ນໍາໂດຍ ສະຫາຍ ພົນເອກ
ຫວາງ ຊິ້ວປິ່ນ ຜູ້ບັນຊາການເຂດສູ້ຮົບພາກໃຕ້ ກອງທັບປົດປ່ອຍປະຊາຊົນຈີນ ພ້ອມດ້ວຍຄະນະ.

     ພາຍຫຼັງສໍາເລັດພິທີຕ້ອນຮັບຢ່າງເປັນທາງການ, ຄະນະຜູ້ແທນທັງສອງຝ່າຍໄດ້ປັກຫຼັກໝາຍຊາຍແດນ ແລະ ແຕ້ມສີຫຼັກໝາຍຊາຍ
ແດນຫຼັກທີ 7 ຢູ່ດ່ານສາກົນລານຕຸ້ຍ ຈາກນັ້ນ, ຄະນະທັງສອງຝ່າຍໄດ້ເດີນທາງໄປກອງຮ້ອຍຊາຍແດນ 111 ເພື່ອພົບປະສອງຝ່າຍ ໂອກາດ
ດັ່ງກ່າວ, ສະຫາຍ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ ໄດ້ກ່າວຕ້ອນຮັບຢ່າງ
ອົບອຸ່ນ ພ້ອມທັງຕີລາຄາສູງຕໍ່ສະຫາຍ ພົນເອກ ຫວາງ ຊິ້ວປິ່ນ ຜູ້ບັນຊາການເຂດສູ້ຮົບພາກໃຕ້ ກອງທັບປົດປ່ອຍປະຊາຊົນຈີນ ພ້ອມດ້ວຍ
ຄະນະ ທີ່ໄດ້ເດີນທາງມາຮ່ວມສ້າງກິດຈະກໍາ ພົບປະມິດຕະພາບຊາຍແດນ ຂອງສອງກອງທັບ ລາວ-ຈີນ, ຈີນ-ລາວ ຄັ້ງນີ້, ເຊິ່ງເປັນການ
ເສີມສ້າງສາຍພົວພັນຮ່ວມມືລະຫວ່າງສອງຊາດ, ສອງກອງທັບພວກເຮົາ ໂດຍສະເພາະໃນຂົງເຂດວຽກງານປ້ອງກັນຊາດ-ປ້ອງກັນຄວາມ
ສະຫງົບ ລະຫວ່າງສອງພັກ, ສອງລັດ, ສອງກອງທັບ ແລະ ປະຊາຊົນສອງຊາດ ລາວ-ຈີນ ຍິ່ງໄດ້ຮັບການເພີ່ມທະວີຂຶ້ນຢ່າງບໍ່ຢຸດຢັ້ງ ທັງລວງ
ກວ້າງ ແລະ ລວງເລິກ ເປັນຕົ້ນແມ່ນ ໄດ້ແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆ ນັບແຕ່ສູນກາງລົງຮອດທ້ອງຖິ່ນ, ໄປມາຫາສູ່, ຢ້ຽມຢາມເຊິ່ງ
ກັນ ແລະ ກັນ; ພົວພັນຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນດ້ານຕ່າງໆ ເຊັ່ນ: ການຮ່ວມມືດ້ານການຄ້າ ແລະ ການລົງທຶນໃນທຸກຂະແໜງ
ການ, ເສດຖະກິດ, ວັດທະນະທຳ-ສັງຄົມ, ຂົງເຂດການເມືອງ ແລະ ຄວາມໝັ້ນຄົງໄປຄ່ຽງຄູ່ກັນນັ້ນ, ການພົວພັນຮ່ວມມືໃນຂົງເຂດວຽກງານ
ປ້ອງກັນຊາດ ລະຫວ່າງສອງປະເທດ ລາວ-ຈີນ ກໍນັບມື້ໄດ້ຮັບການຂະຫຍາຍຕົວຢ່າງຕໍ່ເນື່ອງ, ສິ່ງທີ່ພົ້ນເດັ່ນແມ່ນການຮ່ວມມືທາງດ້ານເຕັກ
ນິກການທະຫານ, ການກໍ່ສ້າງ-ບຳລຸງຍົກລະດັບໃຫ້ນາຍ ແລະ ພົນທະຫານຂະແໜງການຕ່າງໆ ຂອງກອງທັບປະຊາຊົນລາວ ແລະ ການຮ່ວມ
ມືໃນການຮັກສາຄວາມສະຫງົບຮຽບຮ້ອຍຕາມບໍລິເວນຊາຍແດນ  ເຮັດໃຫ້ຊາຍແດນຂອງສອງປະເທດ ເປັນຊາຍແດນແຫ່ງສັນຕິພາບ, ມິດ
ຕະພາບ ແລະ ການພັດທະນາ, ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າ ຢູ່ຕາມບໍລິເວນຊາຍແດນໄດ້ຮັບການປັບປຸງນັບມື້ດີຂຶ້ນ,
ທ້ອງຖິ່ນໄດ້ຮັບການພັດທະນາໄວຂຶ້ນ, ຄວາມທຸກຍາກຂອງປະຊາຊົນ ຄ່ອຍໆຫຼຸດລົງເທື່ອລະກ້າວ ເຊິ່ງເປັນການປະກອບສ່ວນທີ່ສຳຄັນໃນການ
ເຮັດໃຫ້ເສດຖະກິດຂອງ ສປປ ລາວ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ. ການຈັດກິດຈະກຳພົບປະຊາຍແດນລະຫວ່າງສອງກອງທັບ ລາວ-ຈີນ
ໃນຄັ້ງນີ້ ແມ່ນໄດ້ຮັບຜົນສຳເລັດຢ່າງຈົບງາມ ແລະ ຈະເປັນຂີດໝາຍທີ່ສຳຄັນໃນການສືບຕໍ່ຈັດຕັ້ງຜັນຂະຫຍາຍບັນດາເນື້ອໃນສັນຍາ ແລະ ອະ
ນຸສັນຍາການຮ່ວມມືໃນຂົງເຂດຕ່າງໆທີ່ສອງພັກ, ສອງລັດຖະບານ ລາວ-ຈີນ ໄດ້ຕົກລົງກັນ, ທັງເປັນການສືບຕໍ່ຮ່ວມມືເສີມຂະຫຍາຍສາຍພົວ
ພັນມິດຕະພາບ, ຄວາມສາມັກຄີ ແລະ ການຮ່ວມມືຮອບດ້ານລະຫວ່າງສອງຊາດ, ສອງກອງທັບ ລາວ-ຈີນ ໃຫ້ຈະເລີນງອກງາມຍິ່ງໆຂຶ້ນ, ເຊິ່ງ
ໄດ້ປະກອບສ່ວນອັນສຳຄັນ ໃນການປົກປັກຮັກສາຊາຍແດນຂອງສອງປະເທດ ໃຫ້ມີຄວາມສະຫງົບປອດໄພ ແລະ ມີຄວາມໝັ້ນຄົງ, ຍືນຍົງ,
ສ້າງເງື່ອນໄຂອັນດີ ໃຫ້ປະຊາຊົນສອງຊາດ ສາມາດໄປມາຫາສູ່ກັນເປັນປົກກະຕີ ແລະ ຈະກາຍເປັນຊາຍແດນແບບຢ່າງທີ່ດີທີ່ສຸດ ຢູ່ຂົງເຂດພາກ
ພື້ນນີ້ ຕາມທິດຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມືຢ່າງແທ້ຈິງ.

     ພ້ອມດຽວກັນນັ້ນ, ຄະນະທັງສອງຝ່າຍຍັງໄດ້ຮ່ວມກັນປູກຕົ້ນໄມ້ມິດຕະພາບ ລາວ-ຈີນ ແລະ ເດີນທາງໄປຢ້ຽມຢາມໂຮງຮຽນປະຖົມ-ມັດ
ທະຍົມ ອູເໜືອ ເພື່ອມອບເຄື່ອງຊ່ວຍເຫຼືອໃຫ້ໂຮງຮຽນດັ່ງກ່າວ, ໂດຍການກ່າວມອບຂອງ ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ຮອງລັດຖະ
ມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ແລະ ສະຫາຍ ຫວາງ ຊິ້ວປິ່ນ ຜູ້ບັນຊາການເຂດສູ້ຮົບພາກ
ໃຕ້ ກອງທັບປົດປ່ອຍປະຊາຊົນຈີນ

ແຫຼ່ງຂ່າວໂດຍ ອາຫວຸ້ນ
ວັນທີ 01/12/2023